ແຫຼ່ງທ່ອງທ່ຽວຜາແດງ
I.
ປະຫວັດ ແລະ
ຄວາມເປັນມາຂອງຜາແດງ
ເມືອງວັງວຽງ ເປັນເມືອງຕາກອາກາດທີ່ຂື້ນຊື່ຂອງປະເທດ
ຕັ້ງຢູ່ບົນເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ຫ່າງຈາກນະຄອນຫຼວງປະມານ 160 km ເປັນເມືອງນ້ອຍຕັ້ງຢູ່ລະຫວ່າງກາງ ຂອງພູຜາປ່າດົງອຸດົມສົມບູນໄປດ້ວຍປ່າໄມ້,
ຖ້ຳ ແລະ ສາຍນ້ຳທີ່ໄຫຼເຢັນ. ດ້ວຍຄວາມອຸດົມສົມບູນຂອງທຳມະຊາດວັງວຽງຈຶ່ງເປັນເມືອງທີ່ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍເຊັ່ນ:
ຖ້ຳຈັງ, ຖ້ຳປູຄຳ, ຖ້ຳນ້ຳ, ຖ້ຳຫຼຸບ, ຜາຕັ້ງ, ຜາແດງ ແລະ ອື່ນໆ. ສະພາບທາງພູມສາດ ແມ່ນເປັນທົ່ງພຽງທີ່ອ້ອມຮອບດ້ວຍພູຜາທີ່ມີລັກສະນະເປັນພູເຂົາຫີນປູນ
ທີ່ມີຄວາມຫຼາກຫຼາຍທາງດ້ານຮູບຮ່າງ ເຊິ່ງມີລັກສະນະເຊີນຊວນໃຫ້ຢາກໄປປີນໄຕ່ ທີ່ມີຄວາມສູງຈາກໜ້ານ້ຳທະເລປະມານ
1000 m ໂດຍສະເລ່ຍ.
ຜາແດງມີຖ້ຳສອງແຫ່ງຊື່ວ່າ: ຖ້ຳຜາແດງ ແລະ ຖ້ຳກິນນາລີ
ປະຊາຊົນໃນເຂດນັ້ນເອີ້ນຖ້ຳສອງແຫ່ງນີ້ວ່າ: ຖ້ຳສອງອ້າຍນ້ອງ. ຖ້ຳສອງແຫ່ງຖືກຄົ້ນພົບໃນປີ
1997 ແລະ ໄດ້ເປີດເປັນແຫຼ່ງທ່ອງທ່ຽວຂື້ນທຳອິດໃນປີ
2002. ຖ້ຳຜາແດງແມ່ນສະຖານທີ່ໜຶ່ງທີ່ສັກສິດ ແລະ ສຳຄັນເປັນທີ່ເຄົາລົບນັບຖືຂອງປະຊາຊົນຊາວເມືອງວັງວຽງ
ແລະ ເຂດຜາແດງຍັງເປັນເຂດປ່່າສະຫງວນ, ຫ້າມຄົນຕັດໄມ້ ແລະ ລ່າສັດ ປະຊາຊົນໃນເຂດນັ້ນເຊືື່ອກັນວ່າ:
ປ່າໄມ້ ແລະ ສັດປ່າໃນຂົງເຂດນັ້ນເປັນທີ່ປົກປັກຮັກສາຂອງພະຜາແດງ ຫຼື
ຍາພໍ່ຜາແດງອົງສັກສິດ ທີ່ປະຊາຊົນໃຫ້ຄວາມເຄົາລົບນັບຖືໄດ້ສະຖິດຢູ່ຖ້ຳແຫ່ງນ໋ີ້ ແລະ ດ້ວຍຄວາມເປັນເອກະລັກທີ່ທາງໜ້າຂອງຜາເປັນມີສີແດງຊ້ຳ
ສະນັ້ນ, ຈຶ່ງເປັນທ່ີ່ມາຂອງຄຳວ່າ: ຜາແດງ ຫຼື ຖ້ຳຜາແດງ.
II. ທີ່ຕັ້ງ ແລະ ຮູບຮ່າງລັກສະນະ
1. ທີ່ຕັ້ງ
ຜາແດງເປັນອີກຜາໝຶ່ງໃນບັນດາຜາທີ່ຂື້ນກັບເມືອງວັງວຽງ
ແຂວງວຽງຈັນ. ຜາແດງແມ່ນຢູ່ໃນເຂດປົກຄອງຂອງບ້ານຫ້ວຍແຍ້ ເຊິ່ງຢູ່ຫ່າງຈາກບ້ານປະມານ 70 m ຫ່າງຈາກຕົວເມືອງວັງວຽງ 2 km ຜານີ້ມີຄວາມສູງປະມານ 1845 m ແລະ ກ້ວາງປະມານ 962 m ພາຍໃນບໍລິເວນອ້ອມຂ້າງຂອງຜາແດງຈະມີນ້ຳຫ້ວຍແລ້ງໄຫຼຜ່ານ
ແລະ ມີນ້ຳໄຫຼອອກມາຈາກເຫວຜາແດງເອີ້ນວ່າເຫວອອຍຕ້ອຍ
ເຊິ່ງນ້ຳດັ່ງກ່າວຈະມີແຕ່ລະດູຝົນເທົ່ານັ້ນ ແລະ ຍັງອອ້ມຮອບດ້ວຍທົ່ງນາຫ່າງຈາກຜາແດງໄປປະມານ
100 m ກໍ່ຈະພົບກັບບ້ານຫ້ວຍແຍ້ ທີ່ໄຫຼປ່ອງໃສ່ນ້ຳຊ່ອງເຊິ່ງເປັນແມ່ນ້ຳທີ່ສຳຄັນຂອງຊາວເມືອງວັງວຽງ.
ຮູບທີ 1: ຮູບຮ່າງຂອງຜາແດງ
12. ຮູບຮ່າງລັກສະນະ
ລັກສະນະເດັ່ນຂອງຜາແດງນີ້ແມ່ນເປັນຜາຫີນປູນຊະນິດໝຶ່ງທີມີລັກສະນະ
ແລະ ຮູບຮ່າງຄ້າຍຄືກຳແພງທີຕົບແຕ່ງໃຫ້ມີຄວາມສວຍສົດງົດງາມ ດັ່ງຄົນຜູ້ມີບຸນບາລະມີຕົບແຕ່ງໄວ້,
ມີຄວາມແຂງແກ່ນ,ທາງໜ້າຂອງຜາມີສີແດງຊ້ຳ,ໃນເວລາແສງແດດສ່ອງໃສ່ຈະເຮັດໃຫ້ໜ້າຜາເປັນສີອັນສວຍງາມເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ,ແຫຼ່ງທ່ອງທ່ຽວແຫ່ງນີ້ເໝາະສົມໃນການຖ່າຍຮູບໃນຕອນເຊົ້າເພາະໃນຕອນ
ເຊົາຈະມີແສງແດດອ່ອນໆໃສ່ໜ້າຜາມີຄວາມສວຍງາມເປັນພິເສດ
ແລະປະຊາຊົນຊາວເມືອງວັງວຽງສ່ວນຫຼາຍມັກຈະສ້າງລີສອດ, ໂຮງແຮມ ແລະ ບ້້ານພັກທີ່ມີຈຸດຊົມວິວທີ່ສາມາດເບິ່ງເຫັນວິວທິວທັດທຳມະຊາດທີ່ສວຍງາມຂອງຜາແດງໄດ້
ເພື່ອດຶງດູດເອົານັກທ່ອງທ່ຽວບໍ່ວ່າທັງພາຍໃນ ແລະ ຕ່າງປະເທດເຂົ້າພັກເຊົາ.
ໃນຊ່ວງລະດູແລ້ງເວລາປະມານ 5 - 6 ໂມງຈະມີເຈຍນ້ອຍອອກມາຈາກຖ້ຳທີ່ຢູ່ດ້ານຂ້າງຂອງຜາແດງເປັນໝື່ນໆໂຕເປັນສາຍອອກມາ.
ຮູບທີ 2: ລັກສະນະພິເສດ
ເຄີຍມີນັກທ່ອງທ່ຽວຈຳນວນໜຶ່ງ
ໄດ້ຂື້ນໄປສຳຫຼວດຖ້ຳເຈຍແຫ່ງນີ້ແຕ່ບໍ່ປະສົບຜົນສຳເລັດ ຄົນບໍລິເວນນັ້ນເຊື່ອກັນວ່າຖ້ຳແຫ່ງນີ້ແມ່ນມີຄວາມລຶກລັບ
ແລະ ຍັງບໍ່ມີໃຜກ້້າຂື້ນໄປສຳຫຼວດອີກຈົນເຖິງປັດຈຸບັນ. ຫຼາຍຄົນເຊື່ອກັນວ່າ: ຖ້ຳແຫ່ງນີ້ເປັນບ່ອນປົກປັກຮັກສາຂອງຍາພໍ່ຜາແດງອົງສັກສິດທີ່ປະຊາຊົນໃຫ້ຄວາມເຄົາລົບນັບຖື.
1.1. ດ້ານໜ້າຂອງຖ້ຳ
ດ້ານໜ້າຂອງຖ້ຳ ຈະມີຈຸດຊົມວິວທີ່່ມີວິວທິວທັັດທີ່ສວຍງາມສາມາດເບິ່ງເຫັນວິວທິວທັດຂອງເມືອງວັງວຽງໄດ້ຢ່າງສວຍງາມ
ເຊິ່ງເປັນອີກມຸມໜຶ່ງທີ່ເປັນບ່ອນຈັບອົກຈັບໃຈຂອງນັກທ່ອງທ່ຽວທີ່ໄດ້ຂື້ນໄປສຳພັດ
ເຊິ່ງຈະມີລົມພັດຕະຫຼອດເວລາ.
ຮູບທີ 3: ຈຸດຊົມວິວຂອງຜາແດງ
1.1. ດ້ານໃນຖ້ຳ
ຖ້ຳຜາແດງເປັນຖ້ຳໜຶ່ງທີ່ມີຄວາມສວຍງາມ
ດ້ານໃນຂອງຖ້ຳຈະມີປະເພດຫີນຍ້ອຍ ແລະ ຫີີນງອກທີ່ເປັນຮູບຕ່າງໆ ທີ່ສວຍງາມ
ເມື່ອຕ້ອງກັບແສງໄຟຈະເຫຼື້ອມລະຫຍິບລະຫຍັບຄ້າຍຄືກັບເພັດນິນຈິນດາ
ນອກຈາກນີ້ຍັງມີພະຜາແດງອົງສັກສິດທີ່ປະຊາຊົນ ແລະ ນັກທ່ອງທ່ຽວໃຫ້ຄວາມເຄົາລົບນັບຖື.
ຮູບທີ 4: ຫີນງອກ-ຫີນຍ້ອຍ
ຮູບທີ 5: ພຣະຜາແດງ
1.1. ກິດຈະກຳ
ກິດຈະກຳຫຼັກຂອງນັກທ່ອງທ່ຽວຢູທີ່ຜາແດງແມ່ນ ການປີນຜາ,
ແຂ່ງຂັນກັນເຂົ້າຖ້ຳໂດຍບໍ່ໃຊ້ໄຟເຍືອງທາງ, ແຂ່ງຂັນກັນຂື້ນໄປເທິງຈອມຜາ
ເຊິ່ງຜາແດງຍັງມີທາງລັດຕາມຮ່ອມຜາທີ່ຈະປີນຂື້ນໄປຈອມຜາ ໂດຍໃຊ້ເວລາ 1 ຫາ 2 ວັນ
ໃນການທີ່ຈະປີນຂື້ນໄປນັ້ນຕ້ອງມີຄວາມຊຳນານໃນການເດີນທາງຈຶ່ງຈະໄປຮອດຈຸດສູງສຸດຂອງຜາແດງໄດ້
ແລະ ກິດຈະກຳອື່ນໆອີກ ເຊິິ່ງເປັນກິດຈະກຳທີ່ຕື່ນເຕັ້ນ, ທ້າທາຍ ແລະ
ມີຄວາມສ່ຽງຕໍ່ຊີວິດຫຼາຍ.
ຮູບທີ 6: ການປີນຜາຂອງນັກທ່ອງທ່ຽວ
ไม่มีความคิดเห็น:
แสดงความคิดเห็น