ວັດທະນະທຳ​ລາວ


ວັດທະນະທຳ​ລາວ ​ໄດ້​ຮັບ​ຄວາມ​ນິຍົມຊົມ​ຊອບ ຈາກ​ປະ​ເທດ​ອ້າຍ​ນ້ອງ

*( ຂປລ): ກອງ​ສິລະ​ປະກອນ​ແຫ່ງ​ຊາດລາວ ​ໄດ້ເຄື່ອນ​ໄຫວ​ແລ​ກປ່ຽນ​ບົດຮຽນ ທີ່​ຮ່າ​ໂນ້ຍ ສາທາລະ ນະລັດ ສັງຄົມ​ນິຍົມ​ຫວຽດນາມ ​ແຕ່​ວັນ​ທີ 21 ເຖິງ 28 ທັນວາ 2010 ຜ່ານມາ ​ໃນ​ໂອກາດງານສັບປະດາ​ວັດທະນະທຳ ລາວ.

ທ່ານ​ ຕ່ວນ ມ່ວນ​ຈັນ, ຫົວຫນ້າ​ອຳນວຍ​ການ ກອງ​ສິລະ​ປະກອນ​ແຫ່ງ​ຊາດ​ລາວ ​ໄດ້​ກ່າວ​ ວ່າ: ​ໃນ​ແຕ່ ລະ​ປີ ລາວ ​ແລະ ຫວຽດນາມ ຈະ​ມີ​ການ​ແລ​ກປ່ຽນ​ບົດຮຽນດ້ານ​ວັດທະນະທຳ ຂອງສອງ​ກະຊວງ ລະຫວ່າງ ກະຊວງຖະ​ແຫລ​ງຂ່າວ ​ແລະ ວັດທະນະທ​ຳລາວ ​ແລະ ກະຊວງວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດ ນາມ ​ຊຶ່ງ​ໄດ້​ ຜັດປ່ຽນ​ກັນ​ຈັດ​ ຂຶ້ນ​ ໃນ​ແຕ່ລະ​ປະ​ເທດ​ຂອງໃຜລາວ.

ທ່ານ​ ຕ່ວນ ກ່າວ​ວ່າ: ຄະນະ​ນັກສະ​ແດງ​ທີ່​ໄດ້​ເຄື່ອນ​ໄຫວ ​ໃນງານ​ສັບ​ປະດາ ວັດທະນະທຳ ​ລາວ ​ໃນ​ຄັ້ງນີ້ ລວມມີ​ທັງ​ຫມົດ 35 ຄົນ ຊຶ່ງ​ໄດ້​ສະ​ແດງ 3 ຄັ້ງ, ລວມມີ 14 ລາຍການ ໂດຍໄດ້​ສະ​ແດງ​ຢູ່​ຮ່າ​ໂນ້ຍ 2 ຄັ້ງ ແລະ ຢູ່ ແຂວງ​ບັ໋ກຢາງ 1 ຄັ້ງ. ໃນ​ລະຫວ່າງການ​ເຄື່ອນ​ໄຫວສະ​ແດງ ແມ່ນ​ໄດ້ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ ທ່ານ​ຜູ້​ຊົມ ​ທີ່​ປະ ​ເທດ​ຫວຽດນາມ ​ເປັນ​ຢ່າງ​ດີ​ຍິ່ງ. ສຳລັບລາຍການ​ທີ່​ນຳ​ໄປສະ​ແດງຄັ້ງນີ້ ເດັ່ນ​ກວ່າ​ຫມູ່​ແມ່ນ ລາຍ​ການ​ຟ້ອງ​ນາງ​ແກ້ວ, ​ເຊີ້ງບຸນ​ບັ້ງ​ໄຟ, ຟ້ອນ​ບຸນປີ​ໃຫມ່​ລາວ, ຊີວິດ ​ບົນ​ທ້ອງ​ນາ ການ​ຫາ​ປາ​ຂອງ​ປະຊາຊົນ​ລາວ ທີ່​ຢູ່ເຂດທ້ອງ​ຖິ່ນ ​ແລະ ​ເພງ ມິດຕະພາບ ລາວ-ຫວຽດນາມ.

 

ไม่มีความคิดเห็น:

แสดงความคิดเห็น