วันเสาร์ที่ 9 พฤศจิกายน พ.ศ. 2556

ລະບົບເຄືອຂ່າຍທ້ອງຖີ່ນ




1.   ລະບົບເຄືອຂ່າຍທ້ອງຖິ່ນ  LAN
ລະບົບເຄືອຂ່າຍແບບ LAN ຫຼື ລະບົບເຄືອຂ່າຍສະເພາະບໍລິເວນ ໂດຍປົກກະຕິແລ້ວຈະເປັນລະບົບເຄືອຂ່າຍສ່ວນຕົວ (Private Network) ນັ້ນຄືອົງກອນທີ່ຕ້ອງການໃຊ້ງານເຄືອຂ່າຍເຮັດການສ້າງເຄືອຂ່າຍຄອມພິວເຕີທີ່ເຊື່ອມຕໍ່ກັນເປັນລະບົບເຄືອຂ່າຍໃນໄລຍະໃກ້ໆ ເຊິ່ງຈະຊ່ວຍໃຫ້ເກີດປະໂຫຍດແກ່ອົງກອນ ແລະ ທຸລະກິດຕ່າງໆເຊັ່ນ:
-     ສາມາດແບ່ງເບົາການປະມວນຜົນໄປສູ່ເຄື່ອງຕ່າງໆ.
-     ສາມາດແບ່ງປັນໃຊ້ງານອຸປະກອນຕ່າງໆເຊັ່ນ: ເຄື່ອງພິມ, ຊີດິຣອມໄດຣ໌, ເຄື່ອງຄອມພິວເຕີທີ່ມີປະ ສິດທິພາບສູງເປັນຕົ້ນ.
-     ສາມາດແບ່ງປັນໃຊ້ງານຊ໊ອຟແວຣ໌ ແລະ ຂໍ້ມູນຕ່າງໆເຮັດໃຫ້ສາມາດຈັດເກັບຂໍ້ມູນເຫຼົ່ານັ້ນໄວ້ພຽງ ບ່ອນດຽວ.
-     ສາມາດວາງແຜນ ຫຼື ການເຮັດວຽກຮ່ວມກັນເປັນກຸ່ມໄດ້ ບໍ່ວ່າຈະຢູ່ໄກກໍ່ຕາມ.
-     ສາມາດໃຊ້ໃນການຕິດຕໍ່ກັນເຊັ່ນ: ສົ່ງຈົດໝາຍທາງອີເມວ  ການສົ່ງສຽງ ຫຼື ພາບທາງອີເມວເປັນຕົ້ນ.
-     ຊ່ວຍລຸດຄ່າໃຊ້ຈ່າຍໂດຍລວມຂອງອົງກອນ.

2.   ວັດຖຸປະສົງຂອງໂຄງງານ
-     ຜູ່ຮຽນໄດ້ຮຽນຮູ້ລະບົບເຄືອຂ່າຍ ແລະ ເຂົ້າໃຈກ່ຽວກັບການສື່ສານຂໍ້ມູນໃນເຄືອຂ່າຍ.
-     ຜູ່ຮຽນມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບເຕັກໂນໂລຢີ  ແລະ  ຮູບແບບໃນການຈັດເຄືອຂ່າຍ.
-     ພອມກັນນັ້ນຍັງເປັນການປະເມີນຄວາມຮູ້, ຄວາມສາມາດຂອງຕົນເອງດ້ານວິຊາສະເພາະທີີ່ໄດ້ຮຽນ ມາ ແລະ ສ້າງຄວາມສະມັກຄີລະຫວ່າງໝູ່ເພື່ອນພາຍໃນກຸ່ມອີກດ້ວຍ.




3.  ຂອບເຂດຂອງໂຄງງານ
ລະບົບເຄືອຂ່າຍທ້ອງຖິ່ນສ້າງເພື່ອເປັນບົດໂຄງງານຈົບຊັ້ນກາງ ແລະ ເປັນການພັດທະນາລະບົບເຄືອຂ່າຍ ເພື່ອເຮັດໃຫ້ລະບົບເຄືອຂ່າຍສາມາດເປີດໃຊ້ບໍລິການໄດ້ ແລະ ສາມາດສື່ສານຂໍ້ມູນໄດ້ງ່າຍຂຶ້ນເພື່ອເປັນການສຶກສາຄົ້ນຄວ້າ ຂອງບັນດານັກຮຽນ-ນັກສຶກສາຍຸກໃໝ່ໃນປະຈຸບັນລະບົບເຄືອຂ່າຍທ້ອງຖິ່ນນີ້ເປັນທີ່ນິຍົມກັນໃຊ້ຫຼາຍໃນອາຄານ ຫຼື ສະຖານທີ່ຕ່າງໆ.
4.   ຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບ
-     ຈະໄດ້ຄວາມຮູ້ຄວາມສາມາດໃນການຕິດຕັ້ງລະບົບເຄືອຂ່າຍທ້ອງຖິ່ນຫຼາຍຂຶ້ນ.
-     ເພື່ອສາມາດນໍາໃຊ້ລະບົບເຄືອຂ່າຍເຂົ້າໃນການພັດທະນາຕໍ່ໄປໃຫ້ມີປະສິດຕິພາບຫຼາຍຂຶ້ນ.
-     ເພື່ອຂໍ້ສະດວກສະບາຍໃນການສົ່ງຂໍ້ມູນຂ່າວສານທາງລະບົບເຄືອຂ່າຍ.
-     ເປັນແນວທາງສໍາລັບບຸກຄົນທີ່ສົນໃຈໃນການສຶກສາຄົ້ນຄວ້າເພີ່ມເຕີມ ຫຼື ນໍາໄປພັດທະນາຕໍ່.
-     ເພື່ອສະດວກໃນການຕິດຕໍ່ສື່ສານຫາກັນບໍ່ວ່າຈະເປັນ E-mail, facebook, skye, ແລະ ອື່ນໆ.
1.1.1. ຄອມພິວເຕີ (Computer)
      ຄອມພິວເຕີເປັນເຄື່ອງອີເລັກໂທນິກຊະນິດໜຶ່ງທີ່ຖືກສ້າງຂຶ້ນມາເພື່ອໃຊ້ງານແທນມະນຸດ
ໃນດ້ານການຄິດຄໍານວນ ແລະ ສາມາດຈໍາຂໍ້ມູນທັງຕົວເລກ ແລະ ຕົວອັກຄະລະໄດ້ເພື່ອຮຽກໃຊ້ງານໃນຄັ້ງຕໍ່ໄປ ນອກຈາກນີ້ຍັງສາມາດຈັດການກັບສັນຍາລັກໄດ້ດ້ວຍຄວາມໄວສູງ ໂດຍປະຕິບັດຕາມຂັ້ນຕອນຂອງໂປຼແກຼມ ຄອມພິວເຕີຍັງມີຄວາມສາມາດອີກຫຼາຍຢ່າງ ເຊັ່ນ: ການປຽບທຽບທາງຄະນິດສາດ, ການຮັບຂໍ້ມູນ, ການຈັດເກັບຂໍ້ມູນໃນຕົວເຄື່ອງ ແລະ ສາມາດປະມວນຜົນຈາກຂໍ້ມູນຕ່າງໆໄດ້.
1.1.2.            ເຣົາ​ເຕີ (Router)
ເຣົາເຕີ ​ເປັນ​ອຸປະກອນ​ໃນ​ລະບົບ​ເຄືອ​ຂ່າຍ​ທີ່​ເຮັດ​ຫນ້າທີ່​ເປັນ​ຕົວ​ເຊື່ອມ​ຕໍ່​ໃຫ້​ເຄືອ​ຂ່າຍທີ່​ ມີ​ຂະໜາດ​ ຫຼື​ ມາດຕະຖານ​ໃນ​ການ​ສົ່ງ​ຂໍ້​ມູນ​ຕ່າງ​ກັນ​ສາມາດ​ຕິດ​ຕໍ່​ແລກ​ປ່ຽນ​ຂໍ້​ມູນລະຫວ່າງ​ກັນ​ໄດ້ ເຣົາເຕີຈະ​ເຮັດວຽກ​ຢູ່​ຊັ້ນ Network ຫນ້າທີ່​ຂອງ​ເຣົາເຕີກໍ່​ຄື​ ໂປຼໂຕ​ຄອນ (Protocol) ໂປຼໂຕ​ຄອນ​ເປັນ​ມາດຕະຖານ​ໃນ​ການ​ສື່​ສານ​ຂໍ້​ມູນເທິງ​ເຄືອ​ຂ່າຍ​ຄອມພິວເຕີ  ທີ່​ຕ່າງ​ກັນ​ໃຫ້​ສາມາດ​ສື່​ສານ​ກັນ​ໄດ້.




ຮູບທີ 1 : ອຸປະກອນເຣົາເຕີ (Router)
1.1.3.            ສາຍ​ສັນຍາ​ນ UTP
ສາຍ UTP (Unshied Twisted Pair) ເປັນ​ສາຍ​ສຳລັບ​ກ໊າດ LAN ທີ່​ໃຊ້​ຄອນ​ເນັກ
​ເຕີ ​ແບບ RJ-45  ສາມາດ​ສົ່ງ​ສັນຍາ​ນ​ໄດ້​ໄກປະ​ມານ 100 ແມັດ ຫາກ​ເຮົາ​ໃຊ້ສາຍ​ແບບ​ນີ້​ຈະ​ຕ້ອງ​ເລືອກ​ປະ​ເພດ​ຂອງ​ສາຍ​ອີກໂດຍ​ທົ່ວ​ໄປ​ນິຍົມ​ໃຊ້​ກັນ 2 ລຸ້ນ  ຄື  CAT3 ກັບ CAT5 ເຊິ່ງ​ແບບ CAT3 ຈະ​ມີ​ຄວາມ​ໄວ​ໃນ​ການ​ສົ່ງ​ສັນຍາ​ນ 10 Mbps ແລະ ​ແບບ CAT5 ຈະ​ມີ​ຄວາມ​ໄວ​ໃນ​ການ​ສົ່ງ​ຂໍ້​ມູນ​ທີ່ 100 Mbps ແນະ​ນຳ​​ໃຫ້​ເລືອກ​ແບບ CAT5 ເພື່ອ​ການ​ອັບ​ເກດ​ໃນ​ພາຍ​ຫລັງ​ຈະ​ໄດ້​ບໍ່​ຕ້ອງຍ້າຍ​ສາຍ​ໃ​ໝ່ໃນ​ການ​ໃຊ້​ງານ​ສາຍ​ນີ້  ສາຍ 1 ເສັ້ນ​ຈະ​ຕ້ອງ​ໃຊ້​ຫົວ RJ-45 Connector ຈຳນວນ 2 ຫົວ  ເພື່ອ​ເປັນ​ຕົວ​ເຊື່ອມ​ຕໍ່​ລະຫວ່າງ​ສາຍ​ສັນ​ຍານ​ຈາກ​ກ໊າ​ດ LAN ໄປ​ສູ່ຮັບ ​ຫຼື ​ເຄື່ອງ​ອື່ນ ເຊັ່ນ​ດຽວ​ກັບ​ສາຍ​ໂທລະສັບໃນ​ກໍລະນີນີ້ເປັນ​ການ​ເຊື່ອມ​ຕໍ່​ເຄື່ອງ 2 ເຄື່ອງ​ສາມາດ​ໃຊ້​ຕໍ່​ຜ່ານ​ສາຍ​ພຽງ​ເສັ້ນ​ດຽວໄດ້​ ແຕ່​ຖ້າ​ຫລາຍກວ່າ 2 ເຄື່ອງກໍ່​ຈຳ​ເປັນ​ຕ້ອງ​ຕໍ່​ຜ່ານ​ຮັບ.






ຮູບທີ 2 : ອຸປະກອນສາຍ UTP

1.1.4.            ສະວິດ (Switch)
ສະວິດ ຫຼື ອິນເຕີເນັດ (Ethernet Switch) ເປັນອຸປະກອນທີ່ເຮັດໜ້າທີ່ກະຈາຍຊ່ອງ
ທາງການສື່ສານຂໍ້ມູນຫຼາຍຊ່ອງທາງໃນລະບົບເຄືອຂ່າຍຄ້າຍກັບຮັບ ແຕ່ຈະຕ່າງກັນທີ່ລັກສະນະການເຮັດວຽກ ແລະ ຄວາມສາມາດໃນເລື່ອງຂອງຄວາມໄວການເຮັດວຽກຂອງສະວິດບໍ່ໄດ້ແບ່ງຄວາມໄວຕາມຈຳນວນຂອງຊ່ອງສັນຍານ )Port) ຕາມມາດຕະຖານຄວາມຄ້າຍຄືຮັບໂດຍແຕ່ລະຊ່ອງສັນຍານ (Port) ຈະໃຊ້ຄວາມໄວເປັນອິດສະລະຕໍ່ກັນຕາມມາດຕະຖານຄວາມໄວເຊັ່ນ: ລະບົບເຄືອຂ່າຍໃຊ້ມາດຕະຖານຄວາມໄວເປັນແບບ 100 Mbps ແລະ ມີເຄື່ອງຄອມພິວເຕີທີ່ຕໍ່ໃນລະບົບ 5 ເຄື່ອງແຕ່ລະເຄື່ອງສາມາດສື່ສານກັນພາຍໃນລະບົບໂດຍໃຊ້ຄວາມໄວເທົ່ກັບ 100 Mbps.





ຮູບທີ 3 : ອຸປະກອນສະວິດ (Switch)
1.1.5.            ຄິມເຂົ້າຫົວ RJ-45
ເປັນອຸປະກອນທີີ່ໃຊ້ໃນການຕໍ່ຫົວ RJ-45 ແລະ ໃຊ້ບິດເສັ້ນຄະນວນຂອງສາຍ UTP
ແລະ ໃຊ້ໜີບຫົວ RJ-45 ເຂົ້າກັນ.





ຮູບທີ 4 : ອຸປະກອນຄີມເຂົ້າຫົວ RJ-45

1.1.6.            ຫົວ RJ-45.
ຫົວ RJ-45 ຄືຫົວຕໍ່ທີ່ໃຊ້ກັບສາຍສັນຍານເຊື່ອມຕໍ່ເຄືອຂ່າຍແບບສາຍຄູ່ບິດກຽວສາຍ
UTP  ສາຍ UTP ມີຢູ່ 2 ຊະນິດຄື:
1.   ຫົວຕໍ່ໂຕຜູ້ RJ-45 (ຫຼື ທີ່ເອີ້ນວ່າ RJ-45 Connecter ຫຼື  RJ-45 Jack Plug)
ເປັນອຸປະກອນສຳລັບໃສ່ທີ່ປາຍສາຍ UTP ມີລັກສະນະເປັນພາສ໌ຕິກສີ່ຫຼ່ຽມຄ້າຍຄືຫົວຕໍ່ໂທລະສັບມີຊ່ອງສຳລັບສຽບສາຍທີ່ຂ້າງຫຼັງ,  ຂ້າງລຸ່ມສ່ວນຂ້າງເທິງມີຕົວລ໊ອກຖ້າຫັນໜ້າເຂົ້າຂ້າງໜ້າຂອງຫົວຕໍ່ພິນ  1 ຈະຢູ່ທາງຂ້າງຊ້າຍມືຂອງເຮົາໃນຂະນະທີ່ພິນ 8 ຢູ່ເບື້ອງຂວາມື.
2.  ຫົວຕໍ່ໂຕແມ່ RJ-45 (ຫຼື ເອີ້ນວ່າ RJ-45 Jack Face) ມີລັກສະນະເປັນເບົ້າສຽບ
ສຳຫຼັບຫົວຕໍ່  RJ-45   ໂຕຜູ້ ເມື່ອເບິ່ງຈາກຂ້າງທີ່ຈະນຳຫົວຕໍ່ໂຕຜູ້ສຽບພິນ 8 ຈະຢູ່ທາງຊ້າຍສ່ວນພິນ 1 ຈະຢູ່ທາງຂວາ ຫົວຕໍ່ໂຕແມ່ຈະມີລັກສະນະເປັນກ່ອງມີຊ່ອງສຳຫຼັບສຽບຫົວຕໍ່ ທາງໃນກ່ອງຈະມີຂົ້ວຊຶ່ງຈະເປັນສ່ວນ ທີ່ເຊື່ອມກັບສາຍນຳສັນຍານ.






ຮູບທີ 5 : ຫົວ RJ-45

1.1.7.            ເຄື່ອງມືກວດສອບ Cable Tester UTP
ເປັນເຄື່ອງມືທີ່ໃຊ້ໃນການກວດສອບສາຍເຄເບິ້ນ Cable Tester UTP ວ່າສາຍເຄເບິ້ນ
ນີ້ໃຊ້ງານໄດ້ ຫຼື ບໍ່ ແລະ ກວດສອບເພື່ອບໍ່ໃຫ້ມີການຜິດພາດໃນການຕໍ່ສາຍ.

ຮູບທີ 6 : ອຸປະກອນກວດສອບ Cable Tester UTP